ປະກາດ ຮັບສະໝັກນັກສຶກສາຕ່າງປະເທດສຳລັບ ນັກຮຽນລາວ
ຂໍ້ມູນໂດຍລວມກ່ຽວກັບມະຫາວິທະຍາໄລໂຕນດຶກຖັງ
ມະຫາວິທະຍາໄລ ໂຕນດຶກຖັງ (TDTU) ແມ່ນມະຫາວິທະຍາໄລມະຫາຊົນທີ່ກໍາລັງຢູ່ໃນໄລຍະເວລາສ້າງສາພັດທະນາເພື່ອກາຍ ເປັນໜຶ່ງໃນມະຫາວິທະຍາໄລທີ່ດີທີ່ສຸດຂອງອາຊີ.ໃນເດືອນ 4/2019 TDTU ຖືກຈັດອັນດັບ 101-200 ມະຫາວິທະຍາໄລສ້າງຜົນກະທົບທີ່ສຸດໃນໂລກ (ອີງຕາມ TThe University Impack Rankings) TDTU ແມ່ນ 1 ໃນ 25 ສະຖາບັນຄົ້ນຄວ້າວິທະຍາສາດແຖວຫນ້າຂອງໂລກ (ອີງຕາມ Web of Science, ອາເມລິກາ). ກ່ອນຫນ້ານີ້, ເດືອນ 11/2018, TDTU ຖືກຈັດອັນດັບ 182/719 ມະຫາວິທະຍາໄລພັດທະນາຢ່າງຍືນຍົງທີ່ສຸດໃນໂລກ (ອີງຕາມ UI GreenMetric). ມະຫາວິທະຍາໄລ ໂຕນດຶກຖັງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມທີ່ໄດ້ຈັດອັນດັບ 4/5 ດາວ ຕາມການຕີລາຄາຂອງອົງການ QS Stars Ratings ຂອງປະເທດອັງກິດ. ຕາມການຕີລາຄາຂອງ QS Asia University Ranking ໃນປີ 2019, ມະຫາວິທະຍາໄລ ໂຕນດຶກຖັງໄດ້ຖືກຈັດອັນດັບ ທີ 291 ໃນ 300 ມະຫາວິທະຍາໄລໃນທົ່ວອາຊີ. ນອກນີ້, ຈາກການຕີລາຄາຂອງ University Ranking by Academic Performance (URAP), ມະຫາວິທະຍາໄລໂຕນດຶກຖັງຍັງຕິດອັນດັບທີ 2 ຈາກ 7 ມະຫາວິທະຍາໄລຂອງຫວຽດນາມຈາກການຕີລາຄາໃນທົ່ວໂລກ, ແລະ ອັນດັບ 1422 ຂອງໂລກ. ພ້ອມດຽວກັນນັ້ນ, ໃນວັນທີ 2 ເດືອນ ກໍລະກົດ ປີ 2018, ອົງການຂັ້ນສູງໃນການຕີລາຄາຈາກຜົນງານວິໄຈ ແລະ ການສຶກສາ (HCÉRES) ກໍໄດ້ຢືນຢັນວ່າ ມະຫາວິທະຍາໄລ ໂຕນດຶກຖັງ ແມ່ນມະຫາວິທະຍາໄລທີ່ໄດ້ຮັບມາດຕະຖານຂອງຝຣັ່ງ ກໍຄືມາດຕະຖານສາກົນ. ເຊິ່ງການຢັ້ງຢືນດັ່ງກ່າວແມ່ນມີຜົນບັງຄັບໃຊ້ພາຍໃນໄລຍະເວລາ 5 ປີ (ນັບຕັ້ງແຕ່ເດືອນ ກໍລະກົດ ປີ 2018 ເຖິງ ເດືອນ ກໍລະກົດ ປີ 2023).
ຢູ່ຫວຽດນາມ, TDTU ແມ່ນມະຫາວິທະຍາໄລທີ່ໄດ້ຮັບການຈັດອັນດັບ 4/5 ດາວຂອງອົງກອນ QS Stars University Rating (ອັງກິດ).
ປະຈຸບັນມະຫາວິທະຍາໄລໂຕນດຶກຖັງກວ້າງ 108,1 ເຮັກຕາ ແລະ ຖືກຈັດແບ່ງເປັນ 6 ສາຂາດ້ວຍເນື້ອທີ່ຕົ້ນໄມ້ຂຽວກວມເຖິງ 77,75% ຂອງເນື້ອທີ່ຂອງມະຫາວິທະຍາໄລ. ປັດຈຸບັນມະຫາວິທະຍາໄລ ໂຕນດຶກຖັງມີຄູອາຈານຈຳນວນ 1.400 ຄົນໃນນັ້ນມີສາດສະດາຈານຈຳນວນ 550 ຄົນ, ຄູອາຈານຕ່າງປະເທດ, ບັນດາຜູ້ຊ່ຽວຊານໃນລະດັບປະລິນຍາເອກ ແລະ ກຽມປະລິນຍາເອກ (ໃນຊ່ວງໄລຍະເວລາເຮັດວິໄຈ) ກວມຫຼາຍກວ່າ 50% ແລະ ແຕ່ນີ້ຈົນເຖິງປີ 2021, ຈໍານວນຜູ້ຊ່ຽວຊານຈະເພີ່ມຂຶ້ນສູງເຖິງ 85%, ນອກນີ້ ມີ ຈໍານວນນັກຮຽນ 24.000 ຄົນ ແລະ ນັກຮຽນຕ່າງປະເທດຈຳນວນ 2.300 ຄົນທີ່ມາຈາກ 16 ປະເທດ, ມີ 17 ຄະນະ ແລະ 40 ສາຂາວິຊາລະດັບປະລິນຍາຕີ, 18 ສາຂາວິຊາລະດັບປະລິນຍາໂທ ແລະ 26 ສາຂາວິຊາລະດັບປະລິນຍາເອກ, 63 ກຸ່ມວິໄຈ; ມະຫາວິທຍະໄລໂຕນດຶກຖັງໄດ້ເຊັນສັນຍາກັບ 140 ມະຫາວິທະຍາໄລສາກົນໃນທົ່ວໂລກ. 3.172 ບົດຄົ້ນຄວ້າສາກົນຖືກຕີພິມໃນ ISI ແລະ 7 ໃບສິດທິບັດມອບໂດຍ USPTO (ອາເມລິກາ).
ວຽກງານການຝຶກອົບຮົມ
ແຜນການການສຶກສາລະດັບປະລິນຍາຕີ ໄດ້ຮັບການສ້າງຕັ້ງຂຶ້ນຕາມໂຄງການຂອງມະຫາວິທະຍາໄລ ຕິດອັນດັບ TOP 100 ຂອງໂລກໂດຍສະເພາະໂຄງການການສຶກສາ ແມ່ນຈະເປັນໄປຕາມມະຫາວິທະຍາໄລເຫຼົ່ານັ້ນ. ຕຳລາ ແລະເອກະສານການຮຽນທີ່ໃຊ້ໃນການສິດສອນລ້ວນແລ້ວແຕ່ແມ່ນມາຈາກມະຫາວິທະຍາໄລທີ່ຕິດອັນດັບ TOP 100 ຂອງໂລກ.
100% ຂອງຈໍານວນນັກຮຽນແມ່ນຈະໄດ້ຮຽນໃນຫ້ອງຮຽນທີ່ໄດ້ຮັບຄຸນນະພາບ, ຫ້ອງຮຽນທີ່ທັນສະໄໝ ແລະ ມີອຸປະກອນເພື່ອຮັບໃຊ້ໃນການຮຽນ; 100% ຂອງຈໍານວນນັກຮຽນແມ່ນຈະໄດ້ຢ້ຽມຢາມ ກໍຄື ທັດສະນະສຶກສາ, ຝຶກງານທີ່ໂຮງງານ, ບໍລິສັດ ແລະ ຫ້ອງການຕ່າງໆ. ໃນຊ່ວງໄລຍະເວລາຂອງການຮຽນ, ນັກຮຽນທີ່ມີຄວາມສົນໃຈໃນການເຮັດການຄົ້ນຄວ້າວິໄຈກໍຈະໄດ້ຮັບການແນະນຳຈາກຜູ້ຊ່ຽວຊານ. ນອກຈາກນີ້, ນັກຮຽນສາມາດເຂົ້າຮ່ວມໂຄງການ ແລກປ່ຽນໄລຍະສັ້ນ ກັບ ມະຫາວິທະຍາໄລຊັ້ນນຳຕ່າງໆໃນທົ່ວໂລກ.
ທຶນການສຶກສາ
ໃນປີ 2019, ມະຫາວິທະຍາໄລໂຕນດຶກຖັງ ໄດ້ໃຫ້ທຶນ ເປັນຈໍານວນຫຼາຍກວ່າ 100 ທຶນ ລວມມີທຶນເຕັມຈໍານວນ ແລະ ທຶນບໍ່ເຕັມຈໍານວນສໍາລັບນັກສຶກສາຕ່າງປະເທດ. ທຶນການສຶກສາລວມຄ່າຮຽນ ແລະ ຄ່າຫໍພັກ. ນອກເໜືອຈາກຄ່າຮຽນ, ນັກສຶກສາພຽງແຕ່ເສຍເງິນຄ່າກິນເອງປະມານ 50.000 ດົ່ງ/ມື້ (ປະມານ 2,2USD/ມື້).
ເງື່ອນໄຂໃນການໃຫ້ທຶນ
ເງື່ອນໄຂພື້ນຖານແມ່ນນັກຮຽນຕ້ອງຈົບຊັ້ນມັດທະຍົມປາຍ ຫຼື ລະດັບທຽບເທົ່າ (ບໍ່ຈຳກັດອາຍຸ). ນອກຈາກນີ້ແມ່ນອີງໃສ່ລະດັບຄວາມສາມາດທາງດ້ານພາສາອັງກິດຂອງແຕ່ລະນັກຮຽນ,ທາງມະຫາວິທະຍາໄລ ໂຕນດຶກຖັງຈະຄັດເລືອກເອົານັກຮຽນເພື່ອຮັບທຶນ ຕາມລຳດັບແຕ່ສູງຫາຕໍ່າ.
ວິທີການສະໝັກເອົາທຶນ:
- ແບບຟອມສະໝັກ
- ໃບປະກາດຈົບຊັ້ນມັດທະຍົມ
- ໃບຢັ້ງຢືນພາສາອັງກິດ ຫຼື ເອກະສານອື່ນໆ (ຖ້າມີ)
ນັກຮຽນລາວສາມາດເລືອກຮຽນ 1 ໃນໂຄງການດັ່ງລຸ່ມນີ້:
- ໂຄງການຮຽນເປັນພາສາຫວຽດ: ນັກຮຽນຈະໄດ້ຮຽນ ໂຄງການຕາມມາດຕະຖານສາກົນແຕ່ຮຽນເປັນພາສາຫວຽດ. ເງື່ອນໄຂໃນການສະໝັກແມ່ນ ນັກຮຽນຕ້ອງມີຄວາມຮູ້ທາງດ້ານພາສາຫວຽດທຽບເທົ່າກັບລະດັບ B2 ຖ້າຫາກນັກຮຽນບໍ່ສາມາດຕອບສະໜອງເງື່ອນໄຂທາງດ້ານພາສາ, ນັກຮຽນກໍຈະໄດ້ຮັບທຶນຮຽນກຽມພາສາ ແລະ ຄ່າຫໍພັກພາຍໃນ 1 ປີ. ຫຼັງຈາກນັ້ນນັກຮຽນຈະໄດ້ຮັບທຶນການຮຽນລະດັບປະລິີນຍາຕີເປັນພາສາຫວຽດ ແລະ ຄ່າຫໍພັກ ຈຳນວນ 4 ປີ.
ຖ້ານັກຮຽນບໍ່ສາມາດຕອບສະໜອງເງື່ອນໄຂໃນການຮັບທຶນ, ກໍສາມາດສະໝັກຮຽນພາຍໃຕ້ທຶຶນຕົນເອງ ເຊິ່ງຄ່າໃຊ້ຈ່າຍແມ່ນປະມານ 18.000.000 - 22.000.000 ດົ່ງ/ປີ (≈766usd - 936usd/ປີ). ລາຍຊື່ສາຂາການຮຽນເປັນພາສາຫວຽດແມ່ນມາກັບເອກະສານຕິດຂັດ.
- ໂຄງການຮຽນເປັນພາສາອັງກິດ: ແມ່ນໂຄງການຮຽນດ້ວຍພາສາອັງກິດ. ເງື່ອນໄຂໃນການສະໝັກແມ່ນສຳລັບນັກຮຽນທີ່ຢູ່ປະເທດທີ່ໃຊ້ພາສາອັງກິດເປັນຫຼັກ ຫຼື ນັກຮຽນທີ່ຮຽນມັດທະຍົມເປັນພາສາອັງກິດ ຫຼື ນັກຮຽນທີ່ມີໃບຢັ້ງຢືນ IELTS 5.0 ຂຶ້ນເມືອ (ຫຼືໃບຢັ້ງຢືນອື່ນທຽບເທົ່າ).
ຖ້ານັກຮຽນບໍ່ສາມາດຕອບສະໜອງເງື່ອນໄຂໃນການຮັບທຶນ, ກໍສາມາດສະໝັກຮຽນພາຍໃຕ້ທຶຶນຕົນເອງ ເຊິ່ງຄ່າໃຊ້ຈ່າຍແມ່ນປະມານ 60.000.000 ດົ່ງ/ປີ (≈ 2.553usd/ປີ). ລາຍຊື່ສາຂາການຮຽນເປັນພາສາອັງກິດແມ່ນມາກັບເອກະສານຕິດຂັດ.
- ໂຄງການຮຽນເປັນພາສາຫວຽດ ແລະ ພາສາອັງກິດ: ນັກຮຽນລາວສາມາດເລືອກຮຽນ ໂຄງການຮຽນເປັນພາສາຫວຽດ ແລະ ພາສາອັງກິດ. ຜູ້ສະໝັກແມ່ນຕ້ອງມີໃບຢັ້ງຢືນພາສາຫວຽດລະດັບ B2 ແລະ ໃບຢັ້ງຢືນພາສາອັງກິດລະດັບ B1 ຖ້ານັກຮຽນມາດຕອບສະໜອງເງື່ອນໄຂທາງດ້ານພາສາ ນັກຮຽນມາດຮຽນກຽມພາສາຫວຽດ ຫຼື ພາສາອັງກິດໃນປີຮຽນທຳອິດ.
ຖ້ານັກຮຽນບໍ່ສາມາດຕອບສະໜອງເງື່ອນໄຂໃນການຮັບທຶນ, ກໍສາມາດສະໝັກຮຽນພາຍໃຕ້ທຶຶນຕົນເອງ ເຊິ່ງຄ່າໃຊ້ຈ່າຍແມ່ນປະມານ 38.000.000 - 45.500.000 ດົ່ງ/ປີ ຂຶ້ນກັບແຕ່ລະໂຄງການຮຽນ (≈ 1.617usd – 1.936usd /ປີ).
ລາຍຊື່ສາຂາການຮຽນເປັນພາສາຫວຽດ ແລະ ພາສາອັງກິດແມ່ນມາກັບເອກະສານຕິດຂັດ.
- ໂຄງການຮຽນເຊື່ອມຕໍ່ສາກົນ: ນີ້ແມ່ນໂຄງການສຶກສາຢູ່ຕ່າງປະເທດ ເຊິ່ງ ໄລຍະທໍາອິດແມ່ນສຶກສາຢູ່ ມະຫາວິທະຍາໄລພາຍໃນປະເທດຫວຽດນາມ ແລະ ໄລຍະທີສອງຈະປ່ຽນໄປສຶກສາ ທີ່ມະຫາວິທະຍາໄລ ທີ່ຕ່າງປະເທດ ຈຳນວນຫລາຍກວ່າ 100 ມະຫາວິທະຍາໄລໃນໂລກພາຍໃຕ້ລະບົບການຝຶກອົບຮົມ ຂອງມະຫາວິທະຍາໄລ ໂຕນດຶກຖັງ, ມະຫາວິທະຍາໄລ ໂຕນດຶກຖັງໄດ້ ເລືອກເຊື່ອມຕໍ່ການຝຶກອົບຮົມກັບມະຫາວິທະຍາໄລທີ່ມີຊື່ສຽງຢູ່ໃນບັນດາປະເທດທີ່ມີການສຶກສາກ້າວຫນ້າໃນໂລກແຕ່ມີຄ່າໃຊ້ຈ່າຍໃນການຝຶກອົບຮົມຕໍ່າ ແລະ ມີສິດທິພິເສດ ສໍາລັບນັກສຶກສາຂອງມະຫາວິທະຍາໄລ ໂຕນດຶກຖັງ ເຊັ່ນ: ປະເທດອັງກິດ, ປະເທດເນເທີແລນ, ສາທາລະນະລັດເຊັກ, ມາເລເຊຍ, ປະເທດໄຕ້ຫວັນ ... ນັກສຶກສາຈະຮຽນໄລຍະ 1 (2-3 ປີ) ຢູ່ ມະຫາວິທະຍາໄລ ໂຕນດຶກຖັງ ແລະໄລຍະທີ 2 (ຈາກ 1 -2 ປີ) ຢູ່ມະຫາວິທະຍາໄລຄູ່ຮ່ວມພົວພັນຕ່າງປະເທດ.
ຫຼັງຈາກຈົບການສຶກສາຈາກມະຫາວິທະຍາໄລຕ່າງປະເທດໃນໄລຍະ 2, ນັກສຶກສາຈະໄດ້ຮັບການຮັບຮອງຈາກມະຫາວິທະຍາໄລຕ່າງປະເທດວ່າເປັນນັກສຶກສາ ຢູ່ຕ່າງປະເທດຢ່າງເຕັມຕົວ (ບໍ່ມີຄວາມແຕກຕ່າງໃນລະດັບວິຊາຊີບລະຫວ່າງ ນັກສຶກສາເຕັມເວລາຫລືພຽງແຕ່ສຶກສາໄລຍະທີ 2 ຢູ່ຕ່າງປະເທດ). ຖ້ານັກສຶກສາໄປຮຽນລະດັບປະລິນຍາຕີ, ນອກຈາກຈົບການສຶກສາ ຈາກມະຫາວິທະຍາໄລຕ່າງປະເທດນັກສຶກສາຍັງຈະໄດ້ຮັບໃບປະກາດສະນີຍະບັດສາກົນຈາກ ມະຫາວິທະຍາໄລ ໂຕນດຶກຖັງ. ສຳລັບໂຄງການນີ້ຄ່າໃຊ້ຈ່າຍແມ່ນພຽງແຕ່ 30% ຖ້າທຽບໃສ່ການຮຽນຢູ່ຕ່າງປະເທດທັງໝົດ; ໄລຍະທຳອິດທີ່ຫວຽດນາມ: ປະມານ 45.000.000 - 63.000.000 ດົ່ງ/ປີ (≈ 1.915usd – 2.681usd /ປີ), ໄລຍະທີສອງທີ່ມະຫາວິທະຍາໄລຕ່າງປະເທດ: ປະມານ 55.000.000 – 370.000.000 ດົ່ງ/ປີ (≈ 2.340usd – 15.745usd /ປີ)ລາຍຊື່ສາຂາການຮຽນເຊື່ອມຕໍ່ສາກົນແມ່ນມາກັບເອກະສານຕິດຂັດ.
ຜົນປະໂຫຍດທີ່ໄດ້ຈາກການຮຽນທີ່ມະຫາວິທະຍາໄລໂຕນດຶກຖັງ:
- ຫຼັງຈາກຈົບການສຶກສາ, ນັກສຶກສາຈະໄດ້ຮັບໄດ້ຮັບໃບປະກາດສະນີຍະບັດສາກົນ ຈາກມະຫາວິທະຍາໄລ ໂຕນດຶກຖັງ ກໍຄື ມະຫາວິທະຍາໄລຕ່າງປະເທດທີ່ຮ່ວມມືກັບມະຫາວິທະຍາໄລ ໂຕນດຶກຖັງ (ຖ້າຫາກຮຽນໂຄງການຮຽນແລກປ່ຽນຕ່າງປະເທດ Campus).
- ສ້າງໂອກາດໃຫ້ຮຽນຮູ້ກ່ຽວກັບວັດທະນະທຳຢ່າງເລິກເຊິ່ງກ່ຽວກັບ ວັດທະນະທຳຂອງ ສອງປະເທດ, ຮຽນຮູ້ເສດຖະກິດຂອງປະເທດຫວຽດນາມ ແລະ ປະເທດທີ່ນັກສຶກສາເລືອກສຶກສາຕໍ່່ໃນໄລຍະທີ 2.
- ຖ້າຫາກນັກສຶກສາເລືອກທີ່ຈະເຮັດວຽກທີ່ປະເທດຫວຽດນາມຫຼັງຈາກການຈົບການສຶກສາ, ມະຫາວິທະຍາໄລ ໂຕນດຶກຖັງ ຈະຊ່ວຍສະໜັບສະໜູນໃນການຂໍ ວີຊ້າ ໃນການເຮັດວຽກສຳລັບນັກສຶກສາຕ່າງປະເທດ. ປັດຈຸບັນ ລະດັບການພັດທະນາຂອງ GDP ໃນແຕ່ລະປີ ໂດຍສະເລ່ຍແມ່ນ 6%-8%/ປີ (2016-6,21%; 2017-6,8%; 2018-7,08%; ປີ 2019 ຄາດວ່າປະມານ 7%), ການພັດທະນາດັ່ງກ່າວຈະສ້າງໂອກາດໃນການຊອກວຽກເຮັດງານທຳທີ່ປະເທດຫວຽດນາມ.
ວິທີການສະໝັກ
ຂັ້ນຕອນທີ 1: ຕື່ມແບບຟອມ
ແບບຟອມສາມາດດາວໂຫຼດໄດ້ທີ່ນີ້:
https://cis.tdtu.edu.vn/admissions/how-to-apply
ຂັ້ນຕອນທີ 2: ສົ່ງ
ສົ່ງເອກະສານຕ່າງໆລຸ່ມນີ້ຜ່ານອີເມວໃຫ້ແກ່ທີມງານ:
- ແບບຟອມ
- ໃບປະກາດຈົບຊັ້ນມັດທະຍົມປາຍ ສະບັບ ກັອບປີ້
- ໃບຄະແນນຈົບຊັ້ນມັດທະຍົມປາຍ ສະບັບ ກັອບປີ້
- ພາສປອດ ສະບັບ ກັອບປີ້ (ຖ້າມີ);
- ໃບຢັ້ງຢືນພາສາອັງກິດ ຫຼື ພາສາຫວຽດ (ຖ້າມີ);
- ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າມີ).
* ຖ້າຫາກບໍ່ມີໃບປະກາດ ຫຼື ໃບຄະແນນ ເປັນພາສາຫວຽດ ຫຼື ພາສາອັງກິດ, ແມ່ນໃຫ້ແປເປັນ ພາສາຫວຽດ ຫຼື ພາສາອັງກິດ.
*** ຕອນທີ່ລົງທະບຽນນັກຮຽນບໍ່ຈຳເປັນສົ່ງເອກະສານຄົບທັງຫມົດ, ເພາະສາມາດສົ່ງເພີ່ມໄດ້ພາຍຫຼັງ.
ອີເມວ: admission.cis@tdtu.edu.vn
ທີ່ຢູ່ໄປສະນີ: CIS, Room F602, 19 Nguyen Huu Tho, Tan Phong Ward, District 7, Ho Chi Minh City, Vietnam
ກຳນົດສົ່ງແບບຟອມ:
ແຕ່ດຽວນີ້ ຈົນເຖິງ 30/08/2019
ໝາຍເຫດ:
ເວັບໄຊ້ເປັນພາສາອັງກິດ: https://cis.tdtu.edu.vn/
Link: https://www.youtube.com/watch?v=UVIGMyIdwk8
ທຸກຂໍ້ມູນເພີ່ມເຕີມສາມາດຕິດຕໍ່ພົວພັນກັບ ທ່ານ ອາຈານ. ເລຖີ້ວຸຍ – ຄະນະການສຶກສາສາກົນ ຜ່ານອີເມວ: lethivui@tdtu.edu.vn ຫຼື
ເບີໂທ: +84 28 37 755 108.
- Log in to post comments